Cancellation Guide

ວິທີຍົກເລີກ Gemini Pro

ເນື່ອງຈາກວ່າ Gemini Pro ມີຄ່າບໍລິການລາຍເດືອນ, ຖ້າທ່ານບໍ່ຕ້ອງການໃຊ້ຕໍ່ ຄວນຍົກເລີກເພື່ອບໍ່ໃຫ້ເສຍເງິນຟຣີ.

1 ເຂົ້າໄປທີ່ໜ້າການຕັ້ງຄ່າ Google One

ເປີດ Browser (Chrome/Safari) ແລ້ວພິມ URL: one.google.com/settings. ໃຫ້ກວດເບິ່ງຮູບ Profile ຢູ່ມຸມຂວາເທິງວ່າແມ່ນ Email ທີ່ທ່ານໃຊ້ສະໝັກແທ້ຫຼືບໍ່.

EnglishSettings
Laoການຕັ້ງຄ່າ
Thaiการตั้งค่า
2 ຊອກຫາເມນູ ຈັດການແຜນສະມາຊິກ

ໃຫ້ເລື່ອນລົງມາເລັກນ້ອຍ ທ່ານຈະເຫັນຫົວຂໍ້ກ່ຽວກັບການສະໝັກ. ໃຫ້ຊອກຫາປຸ່ມ ຫຼື ລິ້ງທີ່ຂຽນວ່າ:

EnglishManage membership plan
Laoຈັດການແຜນສະມາຊິກ
Thaiจัดการแผนสมาชิก

*ປຸ່ມນີ້ປົກກະຕິຈະຢູ່ໃກ້ກັບລາຍລະອຽດລາຄາທີ່ທ່ານຈ່າຍລາຍເດືອນ.

3 ກົດປຸ່ມຍົກເລີກການສະໝັກ

ເມື່ອເຂົ້າໄປແລ້ວ ໃຫ້ເລື່ອນລົງໄປລຸ່ມສຸດຂອງໜ້າເວັບ. ທ່ານຈະເຫັນປຸ່ມສີແດງ ຫຼື ຕົວໜັງສືທີ່ຊັດເຈນວ່າ:

EnglishCancel membership
Laoຍົກເລີກການເປັນສະມາຊິກ
Thaiยกเลิกการเป็นสมาชิก
4 ການຢືນຢັນຂັ້ນສຸດທ້າຍ

ລະບົບຈະຖາມເຫດຜົນວ່າເປັນຫຍັງຈຶ່ງຍົກເລີກ (ເລືອກອັນໃດກໍ່ໄດ້) ແລ້ວກົດປຸ່ມ Continue ຫຼື Next. ສຸດທ້າຍໃຫ້ກົດຢືນຢັນອີກຄັ້ງຢູ່ປຸ່ມ:

EnglishConfirm Cancellation
Laoຢືນຢັນການຍົກເລີກ
Thaiยืนยันการยกเลิก

ໝາຍເຫດ: ຫຼັງຈາກຍົກເລີກແລ້ວ ທ່ານຍັງສາມາດໃຊ້ Gemini Pro ໄດ້ຕໍ່ຈົນກວ່າຈະຮອດມື້ໝົດກຳນົດຂອງເດືອນນັ້ນ (Google ຈະບໍ່ຄືນເງິນ ແຕ່ຈະບໍ່ຕັດເງິນເພີ່ມ).

ຂໍ້ຄວນລະວັງ (Warning)

ທ່ານຄວນຍົກເລີກກ່ອນມື້ຄົບກຳນົດຢ່າງໜ້ອຍ 24 ຊົ່ວໂມງ. ຖ້າຍົກເລີກຊ້າເກີນໄປ ລະບົບອາດຈະຕັດເງິນໃນບັດ Mastercard ຂອງທ່ານໄປແລ້ວ.