ສະບາຍດີທຸກຄົນ! ມື້ນີ້ຂ້ອຍຢາກມາແບ່ງປັນເຕັກນິກງ່າຍໆ ສຳລັບໃຜທີ່ຢາກລອງໃຊ້ AI ໂຕໃໝ່ຢ່າງ Gemini Pro ແຕ່ຍັງຕິດບັນຫາເລື່ອງການຜູກບັດຊຳລະເງິນ. ມາເບິ່ງວິທີເຮັດນຳກັນເລີຍ!
01 ເລືອກແພັກເກດ Gemini Advanced
ເຂົ້າໄປທີ່ເວັບໄຊ Gemini ແລ້ວກົດປຸ່ມ Upgrade. ລາຄາປົກກະຕິແມ່ນ $19.99 (ຖ້າມີສ່ວນຫຼຸດ $9.99 ແມ່ນກົດເອົາເລີຍ).
02 ຕັ້ງຄ່າບັດໃນ BCEL ONE
ສຳຄັນຫຼາຍ! ໃຫ້ເຂົ້າໄປທີ່ແອັບ BCEL ONE ຂອງທ່ານ, ເລືອກບັດ Virtual Mastercard ແລ້ວ "ເປີດ" (Turn ON) ປຸ່ມຊຳລະທາງອອນລາຍກ່ອນ.
03 ປ້ອນຂໍ້ມູນບັດ ແລະ ທີ່ຢູ່
ໃສ່ເລກບັດ 16 ຫຼັກ ແລະ CVV. ໃນສ່ວນຂອງທີ່ຢູ່ ໃຫ້ໃສ່ຂໍ້ມູນບ້ານ ແລະ ເມືອງຂອງທ່ານໃນລາວ ພ້ອມລະຫັດໄປສະນີ.
04 ກວດສອບ ແລະ ຢືນຢັນ
ກົດ Continue. ລະບົບອາດຈະຕັດເງິນທົດລອງປະມານ $1 ເພື່ອເຊັກບັດ (ແລ້ວຈະຄືນໃຫ້ທັນທີ). ຫຼັງຈາກນັ້ນກໍ່ພ້ອມໃຊ້ງານ Gemini Pro!
ບົດຄວາມທີ່ກ່ຽວຂ້ອງ (Coming Soon)
ວິທີໃຊ້ Gemini ສ້າງ Content ພາສາລາວໃຫ້ເບິ່ງເປັນທຳມະຊາດ
ສົນໃຈຢາກຂຽນຫົວຂໍ້ນີ້? ສົ່ງອີເມລຫາພວກເຮົາທີ່ tinyclass.online@gmail.com
ສົນໃຈຢາກຂຽນຫົວຂໍ້ນີ້? ສົ່ງອີເມລຫາພວກເຮົາທີ່ tinyclass.online@gmail.com