Finance & Banking

ວິທີເຕີມເງິນເຂົ້າບັດ Virtual Mastercard (BCEL ONE)

Nirankoon
Nirankoon
View all posts by this author
#BCELONE #Mastercard #Topup #NirankoonTips

ເມື່ອມີບັດແລ້ວ ກໍ່ຕ້ອງມີເງິນໃນບັດ! ມື້ນີ້ຂ້ອຍຈະມາແບ່ງປັນຂັ້ນຕອນການເຕີມເງິນເຂົ້າບັດ Virtual Mastercard ງ່າຍໆ ຜ່ານແອັບ BCEL ONE ທີ່ທຸກຄົນມີຕິດເຄື່ອງຢູ່ແລ້ວ.

💡 ກົດເຫຼັກ: ຕ້ອງມີເງິນໃນບັນຊີຫຼັກໃຫ້ພໍກັບຈຳນວນທີ່ຈະເຕີມ + ຄ່າທຳນຽມທະນາຄານ (ເຕີມຕ່ຳກວ່າ $500 ຄ່າທຳນຽມ $0.5).
01 ເລືອກເມນູ Virtual Mastercard

ເປີດແອັບ BCEL ONE, Login ແລ້ວກົດເຂົ້າໄປທີ່ປຸ່ມ **Mastercard Virtual** ສີຟ້າໆ.

02 ກົດປຸ່ມ ເຕີມເງິນ (Top-up)

ຢູ່ມຸມລຸ່ມຊ້າຍມື ຈະມີໄອຄອນຮູບກະເປົ໋າເງິນທີ່ມີເຄື່ອງໝາຍບວກ (+) ແລະ ຂຽນວ່າ "ເຕີມເງິນ".

03 ໃສ່ຈຳນວນເງິນ (USD)

ໃສ່ຈຳນວນເງິນທີ່ຕ້ອງການເຕີມ (ຕົວຢ່າງ: 50 ໂດລາ). ເມື່ອໃສ່ແລ້ວກົດ "ຕໍ່ໄປ".

04 ເລືອກບັນຊີຕັດເງິນ

ເລືອກບັນຊີເງິນກີບ ຫຼື ເງິນໂດລາ ທີ່ເຈົ້າມີເງິນຢູ່. ຈາກນັ້ນລະບົບຈະໂຊໜ້າຢືນຢັນລາຍລະອຽດ ໃຫ້ກົດ "ຊຳລະ".

Share WhatsApp